ຄວາມເປັນມາ
ສົມເດັດພະຄະນິດຖາທິຣາຊເຈົ້າ ກົມສົມເດັດພະເທບລັດຕະນະຣາຊສຸດາ ສະຢາມມະຣົມມະຣາຊສະກຸມາຣີ ພຣະຣາຊທານພຣະຣາຊດໍາຣິໃຫ້ ມູນລະນິທິໄຊພັດທະນາ ດໍາເນີນໂຄງການສູນສຶກສາການພັດທະນາກະສິກໍາພື້ນທີ່ສູງ ເມືອງ ປາກຊ່ອງ ແຂວງ ຈໍາປາສັກ ສປປ.ລາວ, ເຊິ່ງເປັນໂຄງການທີ່ສືບຕໍ່ ແລະ ເຊື່ອມໂຍງກັບໂຄງການແປງສາທິດການກະເສດແບບປະສົມປະສານ ມະຫາວິທະຍາໄລ ຈໍາປາສັກ, ໃນການຈັດຕັ້ງໂຄງການສູນສຶກສາພັດ ທະນາກະສິກໍາພື້ນທີ່ສູງນີ້ ສົມເດັດພະກະນິດຖາທິຣາຊເຈົ້າ ກົມສົມເດັດພະເທບລັດຕະນະຣາຊສຸດາ ສະຢາມມະຣົມມະຣາຊສະກຸມາຣີ ໄດ້ມອບແນວທາງການດໍາເນີນງານໃຫ້ ມູນລະນິທິໄຊພັດທະນາ ມະຫາວິທະຍາໄລ ກະເສດສາດ ແລະ ມະຫາວິທະຍາໄລ ຈໍາປາສັກ ໃຫ້ຄວາມຮ່ວມມືທາງວິຊາການຮ່ວມກັນຢ່າງເປັນເອກະພາບເພື່ອໃຫ້ເກີດປະໂຫຍດສູງສຸດ.
ມະຫາວິທະຍາໄລ ກະເສດສາດ ໄດ້ມອບໝາຍໃຫ້ ສູນນານາຊາດສິລິນທອນເພື່ອການວິໄຈ ພັດທະນາ ແລະ ຖ່າຍທອດເທັກໂນໂລຢີ ເຮັດໜ້າທີ່ເປັນໜ່ວຍປະສານງານ ໂດຍດໍາເນີນງານຮ່ວມກັບອາຈານ, ນັກວິໄຈຈາກສ່ວນຕ່າງໆໃນມະຫາວິທະຍາໄລ ຈັດກິດຈະກໍາສຶກສາວິໄຈເພື່ອສົ່ງເສີມການພັດທະນາກະສິກໍາພື້ນທີ່ສູງ ຮ່ວມກັບມະຫາວິທະຍາໄລ ຈໍາປາສັກ ໂດຍການສະໜັບສະໜູນຂອງມູນລະນິທິໄຊພັດທະນາ.
ສູນນານາຊາດສິລິນທອນ ເຫັນວ່າອົງຄວາມຮູ້ດ້ານກະສິກໍາທີ່ມະຫາວິທະຍາໄລ ກະເສດສາດ ຮວບຮວມໄວ້ ຈະເປັນປະໂຫຍດກັບໂຄງການສູນສຶກສາພັດທະນາກະສິກໍາພື້ນທີ່ສູງ, ນັກວິໄຈ ແລະ ປະຊາຊົນ ສປປ.ລາວ ສາມາດອ່ານພາສາໄທໄດ້ ແຕ່ມີຂໍ້ຈໍາກັດເລື່ອງການພິມຄໍາສັບພາສາໄທເພື່ອການຊອກຄົ້ນ, ຖ້າສາມາດພິມຄໍາຊອກຄົ້ນດ້ວຍພາສາລາວເພື່ອຊອກຄົ້ນ ແລະ ສະແດງຜົນງານທີ່ເປັນພາສາໄທ ກໍ່ຈະຊ່ວຍໃຫ້ການເຂົ້າເຖິງຄວາມຮູ້ມີປະ ສິດທິພາບຫຼາຍຂຶ້ນ ຈຶ່ງໄດ້ຮ່ວມມືກັບສູນສົນເທດທາງການກະເສດແຫ່ງຊາດ (Thai AGRIS Centre) ແລະ ໂຄງການຄັງຄວາມຮູ້ດີຈີຕອນ ມະຫາວິທະຍາໄລ ກະເສດສາດ ພັດທະນາລະບົບບໍລິການຄວາມຮູ້ກະສິກໍາໄທ-ລາວ ໃຫ້ບໍລິການຜ່ານເຄືຂ່າຍອິນເຕີເນັດ ໂດຍໃຊ້ຄັງຄວາມຮູ້ດີຈີຕອນ ມະຫາວິທະຍາໄລ ກະເສດສາດ ແລະ ຖານຂໍ້ມູນໜັງສືອີເລກໂທນິກດ້ານການກະເສດເປັນຖານ ແລະ ຍັງສາມາດເຊື່ອມໂຍງການຊອກຄົ້ນໄປເຖິງຄັງຄວາມຮູ້ດີຈີຕອນດ້ານການກະເສດຂອງປະເທດໄທ ແລະ ຖານຂໍ້ມູນກະສິກໍາ ແລະ ປ່າໄມ້ລາວ (Lao Agriculture Database: National Agriculture and Forestry Research Institute (Lao)) ໂດຍໃຊ້ຊຸດຄໍາສັບຈາກອັນຖາພິຖານ (ພົດຈະນານຸກົມ) ສັບກະເສດໄທ ແລະ ຄໍາສັບທີ່ສະກັດໄດ້ຈາກຖານຂໍ້ມູນເພື່ອສະໜັບສະໜູນໃຫ້ອາຈານ ນັກວິໄຈ ນັກສຶກສາ ແລະ ປະຊາຊົນ ສປປ.ລາວ ສາມາດຊອກຄົ້ນຂໍ້ມູນ ແລະ ເຂົ້າເຖິງຄວາມຮູ້ໄດ້ໂດຍສະດວກ.